ຈົ່ງກ້າວໄປຂ້າງໜ້າສູ່ເສັ້ນທາງຄວາມຍືນຍົງຂອງທ່ານ!
ຍິນດີຕ້ອນຮັບສູ່ ສະຖາບັນການທ່ອງທ່ຽວແບບຍືນຍົງ, ພລາດຟອມທີ່ຈະຊ່ວຍຍົກລະດັບການດຳເນີນງານດ້ານຄວາມຍືນຍົງໃຫ້ແກ່ໂຮງແຮມຂອງທ່ານ ຜ່ານຫຼັກສູດການຮຽນແບບໂຕ້ຕອບ ທີ່ທ່ານສາມາດຈັດສັນເວລາຮຽນໄດ້ຕາມຄວາມສະດວກ. ເລີ່ມຕົ້ນມື້ນີ້ ເພື່ອຄົ້ນພົບໂອກາດ ແລະ ຄວາມເປັນໄປໄດ້ໃໝ່ໆສຳລັບໂຮງແຮມຂອງທ່ານ ດ້ວຍເນື້ອໃນທີ່ຄັດສັນມາຢ່າງພິຖີພິຖັນໂດຍຊ່ຽວຊານຈາກ GSTC ພ້ອມທັງກ້າວຂຶ້ນເປັນຜູ້ນຳໃນດ້ານການທ່ອງທ່ຽວແບບຍືນຍົງ.
- ຫຼັກສູດແນະນຳ
ຄວາມຮູ້ພື້ນຖານກ່ຽວກັບຄວາມຍືນຍົງຂອງໂຮງແຮມ: ມາດຕະຖານ GSTC ແລະ ແນວທາງການປະຕິບັດທີ່ດີເລີດໃນອາຊີ
ຮຽນຮູ້ວິທີການດຶງດູດແຂກທີ່ມາພັກເຊົາທີ່ໃສ່ໃຈດ້ານຄວາມຍືນຍົງ, ການພັດທະນາຍຸດທະສາດຄວາມຍືນຍົງ ແລະ ການນຳເອົາມາດຕະຖານ GSTC ມາປັບໃຊ້ເຂົ້າໃນການປະຕິບັດງານຕົວຈິງ ຜ່ານຂໍ້ມູນແບບລົງເລິກ ແລະ ກໍລະນີສຶກສາຈາກໂຮງແຮມຕ່າງໆ ທົ່ວພາກພື້ນອາຊີ.
- ບໍ່ມີຄ່າໃຊ້ຈ່າຍ
- 4 ໂມດູນ
- On-Demand
- 8 ພາສາ
- 4 ຊົ່ວໂມງ
- ວິດີໂອ, ແບບທົດສອບ ແລະ ເຄື່ອງມືປະເມີນຕົນເອງ
- ໃບຢັ້ງຢືນດີຈີຕອນ
ສຶກສາໂມດູນຕ່າງໆຂອງຫຼັກສູດ
ໂມດູນທີ 1
ການຄຸ້ມຄອງການທ່ອງທ່ຽວແບບຍືນຍົງ
ຮຽນຮູ້ວິທີການບໍລິຫານຈັດການຄວາມຮັບຜິດຊອບພື້ນຖານໃນດ້ານຄວາມຍືນຍົງ ຂອງຜູ້ຈັດການໂຮງແຮມ, ເຊິ່ງກວມເອົາຕັ້ງແຕ່ການອອກແບບ, ການຕະຫຼາດ, ໄປຈົນເຖິງການດູແລຮັກສາຈຸດໝາຍປາຍທາງການທ່ອງທ່ຽວ ແລະ ການບໍລິຫານຈັດການອົງກອນ
ໂມດູນທີ 2
ຜົນກະທົບຕໍ່ເສດຖະກິດ-ສັງຄົມ
ຮຽນຮູ້ວິທີການເພີ່ມພູນຜົນປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມ ຈາກການທ່ອງທ່ຽວ ໃຫ້ແກ່ຜູ້ມີສ່ວນຮ່ວມໃນທ້ອງຖິ່ນ ພ້ອມທັງສ້າງສະພາບແວດລ້ອມ ແລະ ວັດທະນະທຳການເຮັດວຽກ ທີ່ເອື້ອອຳນວຍ ແລະ ສະໜັບສະໜູນພະນັກງານໂຮງແຮມຂອງທ່ານ
ໂມດູນທີ 3
ຜົນກະທົບຕໍ່ວັດທະນະທຳ
ທຳຄວາມເຂົ້າໃຈວິທີການປົກປັກຮັກສາ ແລະ ອະນຸລັກ ວັດທະນະທຳ-ປະເພນີທ້ອງຖິ່ນ ໃນພື້ນທີ່ດຳເນີນກິດຈະການຂອງໂຮງແຮມ
ໂມດູນທີ 4:
ຜົນກະທົບຕໍ່ສິ່ງແວດລ້ອມ
ສຶກສາວິທີການອະນຸລັກຊັບພະຍາກອນທຳມະຊາດ, ການເລືອກຈັດຊື້ຈັດຈ້າງທີ່ຍືນຍົງ, ພ້ອມທັງການສົ່ງເສີມ ແລະ ຟື້ນຟູ ລະບົບນິເວດ ຕະຫຼອດຮອດສັດປ່າ
ແຫຼ່ງຂໍ້ມູນທີ່ຄັດເລືອກມາເປັນພິເສດ
ເນື້ອໃນແບບໂຕ້ຕອບ
ຊຸດເຄື່ອງມືພາກປະຕິບັດ
ທຳຄວາມຮູ້ຈັກກັບວິທະຍາກອນຂອງພວກເຮົາ
Catherine Germier-Hamel
CB Ramkumar (Ram)
Halil Burak Sakal
Herdi Andrarilachi
Holger Sigmund
Kingston Khoo
Panate Manomaivibool
Trang Nguyen
ການເປັນຄູ່ຮ່ວມງານຂອງຜູ້ເຂົ້າຮ່ວມ













