ດ້ວຍການນຳໃຊ້ທັກສະ ແລະ ຊັບພະຍາກອນທີ່ມີຢູ່ໃນທ້ອງຖິ່ນ, ໂຮງແຮມຂອງທ່ານສາມາດສ້າງຜົນປະໂຫຍດທາງດ້ານເສດຖະກິດທີ່ຍືນຍົງໃຫ້ແກ່ທ້ອງຖິ່ນໄດ້. ຕົວຢ່າງຄື:
- ຈ້າງພະນັກງານທ້ອງຖິ່ນໃນທຸກລະດັບ ລວມທັງລະດັບບໍລິຫານ.
- ຈັດຊື້ສິນຄ້າ ແລະ ບໍລິການຈາກຜູ້ສະໜອງໃນທ້ອງຖິ່ນໃກ້ຄຽງ.
- ສະໜອງໂຄງການຝຶກອົບຮົມ ເພື່ອຊ່ວຍໃຫ້ຄົນໃນທ້ອງຖິ່ນພັດທະນາທັກສະ ແລະ ເຕີບໂຕ.
- ຮ່ວມມືກັບຜູ້ປະກອບການໃນທ້ອງຖິ່ນ ເພື່ອສົ່ງເສີມຜະລິດຕະພັນ ແລະ ບໍລິການທີ່ຍືນຍົງ.
- ສ້າງທີມງານທີ່ມີຄວາມຫຼາກຫຼາຍ ແລະ ເປີດກວ້າງສຳລັບທຸກກຸ່ມ ເພື່ອສະທ້ອນເຖິງຊຸມຊົນ.
- ຮ່ວມມືກັບອຳນາດການປົກຄອງ/ຊຸມຊົນທ້ອງຖິ່ນ ເພື່ອແກ້ໄຂຂໍ້ກັງວົນ ແລະ ນຳໃຊ້ແນວທາງການຄຸ້ມຄອງແບບຍືນຍົງ.
