ກ່ຽວກັບສະຖາບັນ
ກ່ຽວກັບການເປັນຄູ່ຮ່ວມງານ
Omri Morgenshtern
Randy Durband
ຄວາມຄິດເຫັນຈາກຜູ້ຮຽນ (Academy Testimonials)
"ສະຖາບັນການທ່ອງທ່ຽວແບບຍືນຍົງ ເປັນພລາດຟອມການຝຶກອົບຮົມແບບດິຈິຕອນທີ່ຄົບຖ້ວນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຕົວຈິງ ເຊິ່ງໃຫ້ປະໂຫຍດຢ່າງຫຼວງຫຼາຍ ແລະ ຢາກຊຸກຍູ້ໃຫ້ທຸກຄົນໃນອຸດສາຫະກຳການທ່ອງທ່ຽວ ເຂົ້າມານຳໃຊ້ປະໂຫຍດຈາກພລາດຟອມນີ້."
"ເນື້ອໃນຂອງສະຖາບັນການທ່ອງທ່ຽວແບບຍືນຍົງ ແມ່ນມີປະໂຫຍດ ແລະ ສາມາດນຳໄປປະຕິບັດຕົວຈິງໄດ້ ໂດຍໄດ້ສະທ້ອນໃຫ້ເຫັນມຸມມອງຫຼາຍດ້ານຢ່າງເລິກເຊິ່ງ ແລະ ສອດຄ່ອງຢ່າງຍິ່ງກັບການດຳເນີນງານຂອງພວກເຮົາ. ເນື້ອໃນນີ້ ບໍ່ພຽງແຕ່ຊ່ວຍເພີ່ມຄວາມຮູ້ເທົ່ານັ້ນ ແຕ່ຍັງເປັນແຮງບັນດານໃຈໃຫ້ທີມງານຂອງພວກເຮົານຳເອົາແນວທາງຄວາມຍືນຍົງ ມາປັບໃຊ້ເຂົ້າໃນການເຮັດວຽກປະຈຳວັນໄດ້ຢ່າງແທ້ຈິງ."
"ຈຸດເດັ່ນຂອງການຝຶກອົບຮົມຄັ້ງນີ້ ແມ່ນການເນັ້ນໃສ່ການຈັດຕັ້ງປະຕິບັດຕາມເກນມາດຕະຖານ GSTC ເຊິ່ງຊ່ວຍໃຫ້ຂ້າພະເຈົ້າເຫັນພາບຢ່າງຊັດເຈນ ເຖິງວິທີການນຳເອົາແນວທາງຄວາມຍືນຍົງ ໄປປັບໃຊ້ໃນການປະຕິບັດງານຕົວຈິງຢູ່ຣີສອດ."
"ການຝຶກອົບຮົມຄັ້ງນີ້ ມອບປະສົບການການຮຽນຮູ້ອັນມີຄຸນຄ່າຢ່າງຍິ່ງ ທີ່ຂ້າພະເຈົ້າໄດ້ສຶກສາຄົ້ນຄວ້າຍຸດທະສາດ ແລະ ນະວັດຕະກຳໃໝ່ໆ ສຳລັບການທ່ອງທ່ຽວແບບຍືນຍົງ ໂດຍສະເພາະແມ່ນກິດຈະກຳທີ່ເນັ້ນຊຸມຊົນເປັນຫຼັກ ເຊິ່ງຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ມີສ່ວນຮ່ວມໃນທ້ອງຖິ່ນ ພ້ອມທັງສົ່ງເສີມການດູແລຮັກສາສິ່ງແວດລ້ອມໃນໄລຍະຍາວ."
"ຕົວຢ່າງການປະຕິບັດຕົວຈິງ ແລະ ເນື້ອໃນບົດຮຽນແບບໂຕ້ຕອບ ຖືເປັນຈຸດເດັ່ນຂອງການຝຶກອົບຮົມຄັ້ງນີ້."
"ກໍລະນີສຶກສາທາງທຸລະກິດ (Business cases) ທີ່ນຳສະເໜີໃນການຝຶກອົບຮົມ ແມ່ນມີປະໂຫຍດຢ່າງມະຫາສານ ແລະ ສາມາດນຳໄປປັບໃຊ້ໄດ້ຈິງ."
